ການນຳເຂົ້າຂໍ້ມູນຈາກຈຸດສຳຫຼວດ (Import Points from file)

ໃນໂປແກມ c3d ທ່ານສາມາດນຳເຂົ້າຂໍ້ມູນຈາກຈຸດສຳຫຼວດຄ້າຍຄືກັບໂປແກມ autodesk landdesktop ໂດຍສາມາດນຳເຂົ້າໃນຫຼາຍໆ format ເຊັ່ນ: *.txt, *.prn, .*csv ຊື່ງມີວິທີການດັ່ງນີ້:

ທີ່​ແທ໊​ປ Insert > Points from file ຈາກນັ້ນເລືອກທີ່ເຄື່ອງໝາຍບວກ ເພື່ອເປີດ file points ທີ່ຕ້ອງການ (ແລ້ວເລືອກຮູບແບບນາມສະກຸນຂອງ file ທີ່ທ່ານຕ້ອງການເຊັ່ນ: csv, prn, txt)
1)    ເປີດ file points ທີ່ຕ້ອງການ
2)    ເລືອກຮູບແບບ format ຂອງຂໍ້ມູນ
3)    ໃນກໍລະນີຢາກສ້າງ point ດັ່ງກ່າວເປັນ point group ໃນຕິກໃນບ່ອນນີ້, ພ້ອມທັງສ້າງ group ເລຍ
4)    ກົດ ok


Comments