ການເພີ່ມສັນຍາລັກ Center Line ໃຫ້ກັບ Cross Section

ເນື້່ອງຈາກວ່າໂປແກມ Civil3D ຮູບແບບຂອງ Cross Section View ແມ່ນຈະຂື້ນກັບ Style ຊື່ງຈະແຕກຕ່າງກັບໂປແກມ Land ທີ່ຈະຂື້ນກັບ Sheet.

1. ກ່ອນອື່ນໃຫ້ເຮົາແລ່ນ Cross Section ອອກມາກ່ອນ, ຊື່ງປົກກະຕິໂປແກມຈະບໍ່ມີເຄື່ອງໝາຍ Center Line ມາໃຫ້ ດັ່ງທີ່ທ່ານເຫັນຢູ່ໃນພາບ

2. ຈາກນັ້ນໃຫ້ທ່ານສ້າງ (ຫຼື Import Block) ເຄື່ອງໝາຍ Center Line ເຂົ້າມາໃນ Drawing. (ໃນກໍລະນີສ້າງໃໝ່ໃຫ້ທ່ານ ປ່ຽນເປັນ Block ເສຍກ່ອນ)
3. ຕໍ່ໄປໃຫ້ຄິກຂວາທີ່ Cross Section view ໃດໜື່ງກໍ່ໄດ້ ແລ້ວເລືອກເອົາ Cross Section View group Properties
4. ພາຍຫຼັງເລືອກແລ້ວ, ໃຫ້ເຂົ້າໄປກົດເອົາຮູບຈ້ຳສາມເມັດໃນ Profile Grade




5. ເລືອກ Alignment ທີ່ຕ້ອງການ (ໃນທີ່ນີ້ເຮົາຕ້ອງການສ້າງໃນ Center Line) ແລ້ວ ກົດ Add, ແລ້ວກົດທີ່ Marker Style (ໂຕທີ່ມັນຂຽນວ່າ Basic) ແລ້ວເລືອກ Copy Current Selection

6. ປ່ຽນຊື່ Style ເປັນ ຊື່ໃໝ່ ເພື່ອບໍ່ໃຫ້ສັບສົນ (ອາດຈະຕັ້ງເປັນພາສາລາວກະໄດ້)
7. ຫຼັງຈາກທີ່ຕັ້ງຊື່ແລ້ວ, ກໍ່ມາຮອດຂັ້ນຕອນທີ່ສຳຄັນກໍ່ຄືການເລືອກເອົາສັນຍາລັກນັ້ນເອງ. ໃນທີ່ນີ້ໃຫເລືອກເອົາ Use AutoCAD BLOCK symbol for marker , ແລ້ວເລືອກເອົາຊື່ Block ທີ່ເຮົາສ້າງ, ພ້ອມທັງປັບຄ່າ Scale ຂອງ Block ໃນ tab Size, ຈາກນັ້ນກໍ່ກົດ OK ອອກເລຍ

8. ສຸດທ້າຍເຮົາກໍ່ຈະໄດ້ເຄື່ອງໝາຍ Center Line ຢູ່ທຸກໆ Cross section View

ນອກຈາກນີທ່ານຍັງສາມາດປະຍຸກໄປໃຊ້ຮູບແບບອື່ນໆ, ເຊັ່ນ: ເສົາໄຟຟ້າ, ຂອບເຂດສະຫງວນທາງ, ຕົ້ນໄມ້ຂ້າງທາງ... ສຸດແລ້ວແຕ່ທ່ານຕ້ອງການ.

Comments