ໂດຍລວມແລ້ວ, ຮູບແບບຂອງຈຸດສຳຫຼວດທີ່ຈະເອົາມາໃຊ້ໃນໂປແກມ Civil 3D ແມ່ນມີຫຼາຍຮູບແບບເຊັ່ນ:
- ຂໍ້ມູນຈາກການໂຫຼດຜ່ານກ້ອງໂດຍກົງ (RAW, RAW5 …..)
- ຂໍ້ມູນຈາກ Fild book (fbk)
- ຂໍ້ມູນໄດ້ຮັບການດັດແກ້ (ປັບແຕ່ງມາແລ້ວ) ຊື່ງຈະຖືກຈັດເກັບໃນລັກສະນະຂອງຖານຂໍ້ມູນ (database)
ຊື່ງສ່ວນຫຼາຍເຮົາມັກໃຊ້ໃນຮູບແບບທີ່ 3
ຄືລັກສະຂໍ້ມູນທີ່ປັບແກ້ມາແລ້ວອາດປະກອບດ້ວຍ ລຳດັບຂອງຈຸດອອກແບບ, ຄ່າພິກັດ,
ຄ່າຄວາມສູງ ແລະ Description Key, ຊື່ງສາມາດຈັດເກັບໃນຫຼາຍຮູບແບບບໍ່ວ່າຈະເປັນ
csv, txt, prn …
ໝາຍເຫດ: ການໃສ່ຄ່າ Description Key
ໃຫ້ກັບຈຸດສໍາຫຼວດ ຄວນກໍານົດເປັນຕົວອັກສອນຫຍໍ້ຈະດີທີ່ສຸດ,
ໂດຍຫຼີກລ້ຽງການໃສ່ເປັນຕົວເລກ ເພາະຈະເກີດການສັບສົນ ເຊັ່ນ: ໃຈກາງທາງ ຂອງທາງເສັ້ນທີ່
1 ອາດຈະໝາຍເປັນ CL1 ເພື່ອຄວາມສະດວກໃນການໃຊ້ຄຳສັ່ງ line work (ຂີດເສັ້ນ figure ອັດຕະໂນມັດ)
Comments
Post a Comment